日前,老挝国家主席本扬·沃拉吉在北京钓鱼台国宾馆会见了华为公司东南亚地区总裁吴伟涛,高度肯定华为对老挝ICT产业发展做出的积极贡献。
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ. ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ເຈມສ໌ ວູ (JamesWu) ຜູ້ອໍານວຍການໃຫຍ່ ຫົວເຫວີຍປະຈໍາເຂດອາຊີຕາເວັນອອກສ່ຽງໃຕ້ທີ່ນະຄອນຫຼວງປັກກິ່ງໃນວັນທີ 31 ພຶດສະພາຜ່ານມາ ໂດຍທ່ານ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ບໍລິສັດ ຫົວເຫວີຍ ທີ່ປະກອບສ່ວນເຂົ້າໃນການພັດທະນາຂະແໜງການ ໄອຊີທີ ຂອງລາວຢ່າງຕັ້ງໜ້າ.
今年是华为进入老挝市场的第20年。20年来,华为与当地主流电信运营商、政府与行业客户有广泛深入合作。目前,华为的通信服务覆盖老挝60%的人口,终端产品占领最大的市场份额;20年来,华为持续为本地做出贡献,承建首都万象LTE(4G)网络、与老挝邮电部联合主办首届老挝国家宽带论坛,联合发布《老挝国家ICT10年规划白皮书》,为老挝国家宽带等ICT基础设施建设提供了实际规划建议...截止到目前华为累计为当地培养ICT专业技术人才超过3000名,重视本地化雇佣,每年为老挝提供近500个就业机会,本地员工比例超过70%。
ບໍລິສັດ ຫົວເຫວີຍ ໄດ້ດຳເນີນທຸລະກິດຢູ່ປະເທດລາວເປັນເວລາ 20 ປີ ເຊິ່ງໃນ 20 ປີຜ່ານມາ, ບໍລິສັດດັ່ງກ່າວໄດ້ມີການຮ່ວມມືກັບລັດຖະບານ, ບໍລິສັດ ໂທລະຄົມ ກໍ່ຄືພາກສ່ວນທີ່່່ກ່ຽວຂ້ອງຂອງລາວຢ່າງກວ້າງຂວາງ. ມາຮອດປັດຈຸບັດ, ບໍລິສັດ ຫົວເຫວີຍ ໄດ້ໃຫ້ບໍລິການ ແລະ ສະໜອງອຸປະກອນຮັບໃຊ້ 60% ຂອງພົນລະເມືອງລາວ, ຂະນະທີ່ຍອດຂາຍເຕີມີໂນຂອງບໍລິສັດດັ່ງກ່າວກໍຢູ່ໃນລະດັບແຖວໜ້າພາຍໃນປະເທດລາວ. ນອກຈາກນີ້ ຫົວເຫວີຍ ຍັງໄດ້ເອົາໃຈໃສ່ການຝຶກອົບຮົມແລະ ພັດທະນາບຸກຄະລາກອນດ້ານ ໄອຊີທີ ຫຼາຍກວ່າ 3000 ຄົນ. ປັດຈຸບັນນີ້ ບໍລິສັດ ຫົວເຫວີຍ ປະຈຳ ສປປ. ລາວ ມີພະນັກງານທັງໝົດ 200 ຄົນ ໃນນັ້ນຄົນລາວກວມ 70%.
会见中,本扬表示,华为是世界领先的信息与通信解决方案供应商,期待华为以最新的技术和经验参与老挝国家ICT规划和基础设施建设,消除数字鸿沟,迈入数字社会时代,为实现国家长足稳定发展奠定基础。
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ກ່າວວ່າ, ຫົວເຫວີຍ ໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາອຸດສາຫະກຳ ໄອຊີທີ ຢູ່ລາວ. ທ່ານຍັງໄດ້ເນັ້ນຕື່ມອີກວ່າ ຫົວເຫວີຍ ເປັນໜຶ່ງໃນບັນດາບໍລິສັດບໍລິການດ້ານໄອຊີທີຊັ້ນນຳຂອງໂລກແລະຫວັງວ່າ ຫົວເຫວີຍຈະມີສ່ວນຮ່ວມໃນການພັດທະນາຂະແໜງການ ໄອຊິທິ ໃນລາວດ້ວຍລະບົບເຕັກໂນໂລຢີທີ່ທັນສະໄໝ ແລະ ປະສົບການທີ່ເປັນທ່າແຮງ ເພື່ອລົບລ້າງກຳແພງດ້ານເຕັກນິກ, ສົ່ງເສີມສັງຄົມເຂົ້າສູ່ຍຸກຕີຈີຕອນ ແລະ ສ້າງພື້ນຖານທີ່ດີໃຫ້ກັບລາວໃນການພັດທະ ນາປະເທດຊາດຢ່າງໝັ້ນຄົງແລະຕໍ່ເນື່ອງ.
吴伟涛向老挝政府和人民长期以来的支持和信任表示感谢并介绍了2017年华为全球及老挝经营情况。他说,华为很荣幸深度参与并见证老挝ICT产业的发展,愿意继续为老挝ICT产业发展做出贡献,建设好ICT基础设施、为国家ICT规划建言献策、为老挝培养更多的ICT产业人才。面向未来,把数字世界带入每个人、每个家庭、每个组织,构建万物互联的智能世界。
ທ່ານ ເຈມສ໌ ວູ ໄດ້ສະແດງຄວາມຂອບໃຈລັດຖະບານກໍຄືປະຊາຊົນລາວທີ່ເຊື່ອໝັ້ນ ແລະສະໜັບສະໜູນບໍລິສັດ ຫົວເຫວີຍ ຕະຫຼອດໄລຍະຜ່ານມາ, ພ້ອມນີ້ ຍັງໄດ້ແນະນໍາສະພາບການດໍາເນີນທຸລະກິດ ແລະ ໝາກຜົນທີ່ຍາດມາໃນໄລຍະທີ່ຜ່ານມາ. ທ່ານກ່າວວ່າ, ຫົວເຫວີຍ ຍິນດີສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂະແໜງການໄອຊີທີ ຂອງລາວ ເພື່ອສ້າງພື້ນຖານໂຄງລ່າງໄອຊີທີໃຫ້ດີ, ປະກອບຄຳຄິດຄຳເຫັນໃນການວາງແຜນຂະແໜງການໄອຊີທີຂອງລາວ ແລະ ອົບຮົມສ້າງບຸກຄະລາກອນດ້ານ ໄອຊີທີ ໃຫ້ຫຼາຍກວ່າເກົ່າ.
吴伟涛还表示,老挝全国运动会召开在即,华为将向老挝捐助一套宽带警用应急通讯指挥系统及部分警用终端,为现场安保人员提供语音、调度、数据传输、视频监控等业务,为大会举办保驾护航。
ນອກຈາກນີ້ ທ່ານ ເຈມສ໌ ວູ ຍັງໄດ້ເປັນຕົວແທນມອບລະບົບບັນຊາການສື່ສານ ພ້ອມດ້ວຍອຸປະກອນສື່ສານໃຫ້ລັດຖະບານລາວ ເພື່ອຮັບໃຊ້ໃນການປົກປັກຮັກສາຄວາມປອດໄພໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ຈະມາເຖິງ.
【免责声明】本平台转载内容,仅作分享之用,不代表本平台观点。文章版权属于原作者,如果有侵权或非授权发布之嫌,请联系我们,我们会及时审核处理。